ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມວິທະຍາສາດ-ປະຫວັດສາດການທະຫານ ຫວນຄືນມູນເຊື້ອວັນສ້າງຕັ້ງຄົບຮອບ 20 ປີ


     ໃນວັນທີ 23 ມິຖຸນາ 2023 ນີ້, ກົມວິທະຍາສາດ-ປະຫວັດສາດການທະຫານ ກົມວິທະຍາສາດ-ປະຫວັດສາດການທະຫານ ໄດ້ລະນຶກຫວນຄືນມູນເຊື້ອ ວັນສ້າງຕັ້ງຄົບຮອບ 20 ປີ ( 10 ມິຖຸນາ 2003-10 ມິຖຸນາ 2023 ) ໂດຍການເປັນປະທານຂອງ ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກຳມະການສູນກາງ ພັກ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມ ວສ-ປສ ການທະຫານ, ພ້ອມດ້ວຍຄະ ນະພັກ-ຄະນະບັນຊາກົມ, ມີຜູ້ຕາງໜ້າຈາກຫ້ອງການຈາກ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາບັນດາອົງການກົມກອງ ອ້ອມຂ້າງກະຊວງ, ພະນັກງານປະຕິວັດອາວຸໂສບຳນານ, ບັນດາສະຫາຍແຂກຕ່າງໜ້າຈາກອົງການ ຈັດຕັ້ງທາງພາກລັດ, ແຂກຕາງໜ້າຈາກກຳລັງປ້ອງກັນຄວາມ ສະຫງົບ, ພະນັກງານ-ຮົບທົ່ວກົມເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ໄດ້ຫວນຄືນມູນເຊື້ອໃຫ້ຮູ້ວ່ານັບແຕ່ກົມວິທະຍາສາດ-ປະຫວັດສາດການ ທະຫານ ໄດ້ຮັບການສ້າງຕັ້ງຂຶ້ນຈົນເຖິງປະຈຸບັນນີ້ເປັນເວລາ 20 ປີ, ນັບແຕ່ ປີ 1979 ກອງປະຊຸມວຽກງານການທະຫານທົ່ວກອງທັບ ຄັ້ງທີ I ເປີດຂຶ້ນຢ່າງເປັນ ທາງການ ພາຍໃຕ້ການເປັນປະທານຂອງ ທ່ານ ພົນເອກ ຄຳໄຕ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ກອງ ປະຊຸມໄດ້ສະຫຼຸບຖອດຖອນບົດຮຽນກ່ຽວກັບສົງຄາມ ຕໍ່ສູ້ກູ້ຊາດ ປີ 1945-1975 ຜ່ານມາ.ມາເຖິງປີ 1983-1986 ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ ຕົກລົງສ້າງຕັ້ງຫ້ອງຄົ້ນຄວ້າສະຫຼຸບ ສົງຄາມປະຊາຊົນ ພາຍໃຕ້ການຊີ້ນຳໂດຍກົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ. ວັນທີ 17 ພຶດສະພາ 1995 ໄດ້ສ້າງ ຕັ້ງກົມຄົ້ນຄວ້າປະຫວັດສາດກອງທັບ ຂຶ້ນກັບກົມໃຫຍ່ການເມືອງກອງທັບ. ວັນທີ 27 ມີນາ 1997 ສ້າງຕັ້ງກົມວິທະຍາສາດການທະຫານ ຂຶ້ນກັບກົມໃຫຍ່ ເສນາທິການກອງທັບ. ວັນທີ 10 ມິຖຸນາ 2003 ກະຊວງປ້ອງກັນປະເທດ ໄດ້ມີມະຕິຕົກລົງໂຮມເອົາ 2 ກົມ; ກົມວິທະຍາສາດການທະຫານ ແລະ ກົມປະ ຫວັດສາດການທະຫານເຂົ້າເປັນກົມດຽວ, ເອີ້ນຊື່ວ່າ: ກົມວິທະຍາສາດ-ປະຫວັດສາດການທະຫານ ເຄື່ອນໄຫວພາຍໃຕ້ການຊີ້ນຳຂອງກະຊວງປ້ອງກັນປະເທດ ໂດຍກົງ. ຕະຫຼອດ 20 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ພາຍໃຕ້ການຊີ້ນຳນຳພາຢ່າງໃກ້ສິດ, ໂດຍກົງຈາກຄະນະນຳກະຊວງປ້ອງກັນປະເທດ ກົມວິທະຍາ ສາດ-ປະຫວັດສາດການທະຫານ ໄດ້ຕັ້ງໜ້າປັບປຸງກໍ່ສ້າງກົມກອງຂອງຕົນກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ສາມາດສ້າງຜົນງານຫຼາຍດ້ານ ອັນພົ້ນເດັ່ນ: ໄດ້ເຂົ້າຮ່ວມໂຄງ ການ ແລະ ໄດ້ຈັດຕັ້ງກອງປະຊຸມສຳມະນາວິທະຍາສາດ ໃນລະດັບຊາດ, ສາກົນ ແລະລະດັບກະຊວງ, ໄດ້ສະຫຼຸບບັ້ນຮົບທີ່ເດັ່ນໄດ້ 13 ບັ້ນຮົບ ແລະ ບັ້ນຕີ 119 ບັ້ນ. ໄດ້ຜັນຂະຫຍາຍການຂຽນປະຫວັດມູນເຊື້ອກອງທັບປະຊາຊົນລາວ ຄົບຮອບ 70 ປີ; ໄດ້ປັບປຸງຄືນປື້ມນະໂຍບາຍປ້ອງກັນຊາດຂອງ ສປປ ລາວ ແລະ ຂຽນບົດວິທະຍານິພົນຈຳນວນໜຶ່ງ. ນອກນັ້ນ, ບັນດາພະແນກ ແລະ ຂະແໜງການຄົ້ນຄວ້າວິທະຍາສາດ-ປະຫວັດສາດຂອງກົມກອງ-ທ້ອງຖິ່ນ ກໍ່ໄດ້ປະກອບ ສ່ວນ ຂຽນໄດ້ຫຼາຍບັ້ນຕີ ແລະ ປະຫວັດມູນເຊື້ອຂອງກົມກອງຕົນ. ວຽກງານວິທະຍາສາດ-ເຕັກໂນໂລຊີ ແລະ ສິ່ງແວດລ້ອມການທະຫານ ກໍ່ໄດ້ ຈັດຕັ້ງເຄື່ອນ ໄຫວເປັນຮູບທຳ, ເປັນຕົ້ນໄດ້ສ້າງເວບໄຊຂອງກະຊວງປ້ອງກັນປະເທດ, ໄດ້ຄົ້ນຄວ້າສ້າງລົດສາມລໍ້ໄຟຟ້າສຳລັບຄົນພິການ, ໂຄງການຫຸ່ນຍົນເກັບກູ້ລະເບີດແລະ ທຳລາຍລະເບີດ, ໂຄງການດັດແປງໄຟຟ້າເຂົ້າໃສ່ຖານຍິງຈະຫຼວດ BM 14 ແລະ BM 21 ຜະລິກເສື້ອເກາະກັນກະສູນ ແລະ ອຸປະກອນເຕັກນິກການທະຫານ ຈຳນວນໜຶ່ງ ເພື່ອຮັບໃຊ້ໃຫ້ແກ່ເຫຼົ່າຮົບວິຊາສະເພາະໃນການປະຕິບັດໜ້າທີ່ ກໍຄືອົບຮົມທັດແອບ. ນອກນັ້ນ, ຂະບວນການກິລາກາຍະກຳ ກົມກອງພວກສະ ຫາຍ ກໍ່ຍາດໄດ້ຫຼາຍ ລາງວັນຊະນະເລີດ, ເປັນຕົ້ນກິລາບານສົ່ງຍິງ. ລວມຄວາມວ່າຕະຫຼອດ 20 ປີ ແຫ່ງການເຄື່ອນໄຫວປະຕິບັດພາລະບົດບາດ, ໜ້າທີ່ການ ເມືອງຂອງຕົນ, ສາມາດເຮັດສຳເລັດພາລະກິດປະຕິວັດ ແລະ ເຮັດຫຼ້ອນພາລະກຳປະຫວັດສາດ ທີ່ພັກ-ລັດ ແລະ ປະຊາຊົນ ມອບໝາຍໃຫ້ຢ່າງສະຫງ່າງາມ. ໂອກາດນີ້ ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ໄດ້ໃຫ້ທິດທາງໃນການຈັດຕັ້ງປະຕິບັດວຽກງານຄົ້ນຄວ້າວິທະຍາສາດ-ປະຫວັດສາດ ການທະຫານ ຕ້ອງເອົາ ໃຈໃສ່ເພີ່ມທະວີການສຶກສາອົບຮົມການເມືອງ-ນຳພາແນວຄິດ ໃນສະພາບການໃໝ່ ໃຫ້ບັນດາພະນັກງານ-ນັກຮົບ ເຊື່ອມຊຶມກຳແໜ້ນຕໍ່ແນວທາງແຜນນະໂຍ ບາຍຂອງພັກ ລະບຽບກົດໝາຍຂອງລັດ ແລະ ບັນດາຂໍ້ກຳນົດກົດໝາຍຂອງກອງທັບ, ສຶກສາອົບຮົມ ນໍ້າໃຈຮັກຊາດ, ຮັກລະບອບໃໝ່; ຕັ້ງໜ້າເອົາໃຈໃສ່ຄົ້ນ ຄວ້າວຽກງານວິຊາສະເພາະໃຫ້ມີຄຸນນະພາບ, ປັບປຸງຄືນບັນດາ ນິຕິກຳທີ່ຈຳເປັນ ທີ່ເຫັນວ່າບໍ່ສອດຄ່ອງກັບເງື່ອນໄຂປະຈຸບັນ, ໃຫ້ສືບຕໍ່ຄົ້ນຄວ້າ ແລະ ເສີມຂະ ຫຍາຍບົດບາດຂອງວຽກງານວິທະຍາສາດ-ປະຫວັດສາດໃນໄລຍະໃໝ່,ເປັນຕົ້ນຮີບຮ້ອນສະຫຼຸບໃຫ້ສຳເລັດຍຸດທະວິທີຂອງກຳລັງ ປະກອບອາວຸດປະຊາຊົນລາວ, ສະຫຼຸບສົງຄາມກອງຫຼອນ; ສະຫຼຸບບັ້ນຮົບ-ບັ້ນຕີສົງ ຄາມປົດປ່ອຍຊາດ ເຮັດແນວໃດເມື່ອຮອດປີ 2027 ໃຫ້ຕົວເລກສະຫຼຸບບັ້ນຮົບບັ້ນຕີ, ການຂຽນໂຄງການ ປະຫວັດສາດຕ່າງໆ, ການຄົ້ນຄວ້າວິທະຍາສາດ-ເຕັກໂນໂລຊີການທະຫານ ໃຫ້ເກີດມີອັນໃໝ່ ແລະເພີ່ມຫຼາຍຂຶ້ນກວ່າເກົ່າ ເພື່ອໃຫ້ຄົນຮຸ່ນໃໝ່ໄດ້ສຶກສາຄົ້ນຄວ້າ ຮ່ຳຮຽນ. ເພີ່ມທະວີຄວາມສາມັກຄີເປັນເອກະພາບຢູ່ພາຍໃນຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບຢູ່ພາຍໃນກົມກອງ, ປັບປຸງແບບແຜນນຳພາ- ບັນຊາໃຫ້ມີວິທະຍາສາດ ແລະຖືກຕ້ອງຕາມຫຼັກການຂອງພັກ.

ແຫຼ່ງທີ່ມາ:ໜັງ​ສື​ພິມກອງ​ທັບ
ວັນທີ 26/06/2023